ມະຫາວິທະຍາໄລລັດໄອໂອວາ ຫ້າມການເລືອກປະຕິບັດໃນການຈ້າງງານ, ໂປຣແກຣມການສຶກສາ ແລະ ກິດຈະກຳຕ່າງໆ ບົນພື້ນຖານດ້ານເຊື້ອຊາດ, ຄວາມເຊື່ອ, ສີຜິວ, ສາສະໜາ, ຊາດກຳເນີດ, ອາຍຸ, ເພດ, ຄວາມພິການ, ຂໍ້ມູນທາງກຳມະພັນ, ສະຖານະເຊັ່ນວ່າ ນັກຮົບເກົ່າຂອງສະຫະລັດ, ການປະຈຳການໃນກອງທັບສະຫະລັດ, ລົດສະນິຍົມທາງເພດ, ເອກະລັກທາງເພດ, ຄວາມມັກທາງສັງຄົມ ຫຼື ການຈຳແນກຕ່າງໆທີ່ຕັດຮອນຄວາມເປັນຄົນຂອງບຸກຄົນໃດໜຶ່ງ. ມະຫາວິທະຍາໄລຍັງມຸ່ງໝັ້ນສະໜອງໂອກາດທີ່ເທົ່າທຽມກັນ ແລະ ການເຂົ້າເຖິງສິ່ງອຳນວຍຄວາມສະດວກຕ່າງໆຂອງມະຫາວິທະຍາໄລຢ່າງເທົ່າທຽມກັນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບນະໂຍບາຍວ່າດ້ວຍການບໍ່ເລືອກປະຕິບັດ, ໃຫ້ຕິດຕໍ່ຫາຫົວໜ້າ, ຫ້ອງການສົ່ງເສີມໂອກາດທີ່ເທົ່າທຽມກັນ ແລະ ຄວາມຫຼາກຫຼາຍ (Office of Equal Opportunity and Diversity), ມະຫາວິທະຍາໄລລັດໄອໂອວາ, 202 Jessup Hall, Iowa City, IA 52242-1316, 1-319-335-0705 (voice), 1-319-335-0697 (TDD), diversity@uiowa.edu.